มีประโยชน์มาก เข้าดูเลย รีวิวรถใหม่ ໂຕໂຢຕ້າ ແລນຄຣູເຊີ້ ພຣາໂດ້ 2021 VX ແລະ VX-L/ โตโยต้า LAND CRUISER PRADO 2021 SUV รวมข้อมูลอัพเดท การรีวิว และประสบการณ์จากผู้เชี่ยวชาญด้านยานยนต์
ประเด็น: รีวิวรถยนต์ 2021
ໂຕໂຢຕ້າ ແລນຄຣູເຊີ້ ພຣາໂດ້ ເປັນລົດ SUV ຂັບເຄື່ອນ 4 ລໍ້ແບບ Full times ເຊິ່ງໄດ້ຮັບຄວາມນິຍົມຈາກທົ່ວໂລກ ແລະ ປະເທດລາວກໍ່ນິຍົມໃຊ້ກັນແພ່ຫລາຍ,ເວີຊັ່ນຂາຍໃນລາວ ຈະເປັນລຸ້ນ VX ແລະ VX-L ເຊິ່ງຈະໄດ້ສະເປັກ ອອບຊັ່ນ ຕ່າງໆຄືກັບຢູໂຣບເລີຍ . ໃນປີນີ້ Toyota Land cruiser Prado ໄດ້ເປີດໂຕລຸ້ນປັບອຸປະກອນ ປ່ຽນເຄື່ອງໃຫມ່ ຄື 1-GD ໃຫ້ແຮງມ້າເປັນ 204 ແຮງມ້າເພີ່ມຕື່ມ ແລະ ມີການປັບປ່ຽນພາຍນອກພໍສົມຄວນ ແລະ ປັບອຸປະດອນພາຍໃນລວມໄປເຖີງລະບົບຄວາມພອດໄພຕ່າງໆໃຫ້ດີຂື້ນກ່ວາເກົ່າເຊັ່ນ:
1. ກະຈັງຫນ້າໂຄມ່ຽມ ພ້ອມຕິດຕັ້ງກ້ອງຮອບຄັນ ດ້ານຫນ້າ.ຂ້າງກອບແວ່ນທັງສອງ ແລະ ດ້ານຫລັງ.
2. ຕິດຕັ້ງກ້ອງ 360 ອົງສາພ້ອມເສັ້ນກະໄລຍະຮອບຄັນ.
3.ໄຟຫນ້າໂປເຈັກເຕີ້ Bi-LED ເປີດ-ປິດອັດຕະໂນມັດ ແລະ ປັບໄຟສູງ-ຕໍ່າ ອັດຕະໂນມັດ.
4.ລະບົບຊ່ວງລ່າງປັບໄດ້ຕາມໂຫມດຂັບຂີ່.
5.ພາຍໃນເດັ່ນດ້ວຍຫນ້າປັດ MID ບອກການທຳງານຂອງລົດຢ່າງລະອຽດ.
6.ພວງມະໄລໄຟຟ້າ ແລະ Multifunction ເຕັມຮູບແບບ.
7.ເບາະນັ່ງຫນັງແທ້ ແລະ ປັບໄຟຟ້າຄູ່ຫນ້າ.
8.ລະບົບປັບອາກາດແຍກອິດສະຫລະ 3 ໂຊນ ຊ້າຍ.ຂວາ ແລະ ດ້ານຫລັງ.
9.ມີທັງເກຍ ອັດຕະໂນມັດ 5 ສະປິດ ແລະ ທຳມະດາ 6 ສະປິດ.
10. ລະບົບຂັບເຄື່ອນ 4 ລໍ້ ພ້ອມໂຫມດການຂັບຂີ່ ປະຢັດ.ທຳມະດາ ແລະ ສະປອດ.
11.ຖົງລົມນິລະໄພ 7 ຕໍາແຫນ່ງ.
12.ເພີດເພີນດ້ວຍເຄື່ອງສຽງ JBL 9 ລຳໂພງ ພ້ອມເຄື່ອງຫລີ້ນ Buray 7.1 ຫນ້າຈໍຂະຫນາດໃຫຍ່ສຳຫລັບຜູ້ໂດຍສານດ້ານຫລັງ.
ເຫລົ່ານີ້ຄືສິ່ງທີ່ມີຢູ່ໃນ LAND CRUISER PRADO 2021 ແຕ່ຍັງມີອີກຫລາຍອອບຊັ່ນທີ່ມີມາໃຫ້
ລາຄາເລີ່ມຕົ້ນຂອງລຸ້ນ VX ແມ່ນ 76,410 USD
ລາຄາເລີ່ມຕົ້ນຂອງລຸ້ນ VX-Lແມ່ນ 92,241 USD
ຂໍຂອບໃຈຂໍ້ມູນຈາກ www.toyota.com.la
ຂໍຂອບໃຈວິດີໂອຈາກ www.youtube.Cars PH
ຂໍຂອບໃຈຮູບພາບປະກອບຈາກ Facebook.toyotalaos
ຂໍຂອບໃຈທຸກການຕິດຕາມ ຂໍ້ມູນຍາງຢ່າງອາດຈະບໍ່ລະອຽດ ຫລື ຜິດພາດຂໍອະໄພດ້ວຍ
ຝາກກົດຕິດຕາມຕໍ່ໄປ ແລະ ກົດໄລທ ກົດແຊ ແລະ ຄອມເມັ້ນເພື່ອການປັບປຸງໃຫ້ດີຂື້ນໄປ.
#ToyotaLaos#toyotaLandCruiserPrado2021
รีวิวรถใหม่ ໂຕໂຢຕ້າ ແລນຄຣູເຊີ້ ພຣາໂດ້ 2021 VX ແລະ VX-L/ โตโยต้า LAND CRUISER PRADO 2021 SUV